successmore being

Trulli

วันอังคารที่ 19 มีนาคม พ.ศ. 2567

วันอาทิตย์ที่ 17 มีนาคม พ.ศ. 2567

วันเสาร์ที่ 2 มีนาคม พ.ศ. 2567

SamsungGalaxy Z Fold6

 

หลุดเรนเดอร์ SamsungGalaxy Z Fold6 คล้ายเดิมแต่บางลงกว่าเดิม



ก่อนหน้านี้มีภาพเรดเดอร์ของ  SamsungGalaxy Z Fold6 รุ่นใหม่ที่จะเปิดตัวในปีนี้ ล่าสุดนี้มีการเปิดเผยภาพ Render ของ Samsung Galaxy Z Flip6 รุ่นใหม่ที่จะเปลี่ยนแปลงหรือไม่ เรามาดูกัน

เรื่องแรกที่ต้องบอกว่า ภาพรวมไม่ได้แตกต่างจากเดิม โดยขนาดของเครื่องก็คือ 165.0 x 71.7 x 7.4 มิลลิเมตร เมื่อเทียบกับ Galaxy Z Flip5 มันจะสั้นลง เล็กน้อย บางลงกว่าเดิม และกว้างขึ้น เพราะมีการเพิ่มขนาดแบตเตอรี่เป็น 4000 mAh

ส่วนขนาดหน้าจอที่เห็นยังคงขนาดเท่าเดิมคือด้านนอก 3.9 นิ้ว และ 6.7 นิ้วทางด้านใน แต่ทั้งหมดนี้จะใช่หรือไม่รอติดตามกันต่อไป

Share:

ພຣະປະຈຳວັນເກີດ

 ພຣະປະຈຳວັນເສົາ ປາງນາກປົກ


ຄັ້ງທີ່ພຣະສັມມາສັມພຸທທະເຈົ້າປະທັບຢູ່ກ້ອງຕົ້ນຈິກ ບັງເອີນໃນຄາວນັ້ນມີຝົນຕົກຕລອດເຈັດວັນ ພຍານາກມຸຈະລິນໄດ້ເລື້ອຍມາຂົດລ້ອມເພື່ອເປັນທີ່ປະທັບ ແລ້ວແຜ່ພັງພານປົກໄວ້ເບື້ອງເທິງ ເໝືອນກັ້ງຮົ່ມດ້ວຍປະສົງຈະກຳບັງລົມຝົນບໍ່ໃຫ້ຕ້ອງພຣະວໍຣະກາຍຂອງພຣະພຸທທະອົງຄ໌

ຍິງຊາຍໃດເກີດວັນເສົາ ທ່ານກ່າວວ່າ ເປັນຄົນທີ່ມີຄວາມອົດທົນ ເປັນນັກຕໍ່ສູ້  ມີສະຕິປັນຍາດີ  ຈະຕັ້ງຕົວໄດ້ດ້ວຍຕົນເອງ ໃຈຮ້ອນ ມັກຈະມີອາລົມໂມໂຫ ນໍ້າໃຈຫ້າວຫານ ເປັນຄົນມັກຄວາມ ຖືກຕ້ອງ ເປັນຜູ້ນຳທີ່ຮຸ່ງເຮືອງດ້ວຍຜົນງານ ມີຄວາມຈິງໃຈ ປາກກັບໃຈກົງກັນ

ພຣະຄາຖານີ້ ໃຫ້ສູດບູຊາເປັນປະຈໍາທຸກວັນ ຈະມີຄວາມສຸຂສວັສດີ ຕລອດກາລນານ ດັ່ງນີ້:  
ຍະໂຕຫັງ ພະຄິນີ ອະຣິຍາຍະ ຊາຕິຍາ ຊາໂຕ ນາພິຊານາມິ ສັນຈິດຈະ ປານັງ ຊີວິຕາ ໂວໂຣເປຕາ ເຕນະ ສັຈເຈນະ  ໂສຕຖິ ເຕ ໂສຕຖິ ໂຫຕຸ ຄັພພັສສະ

ສູດມື້ລະ 10 ເທື່ອຈົບ ຈະມີຄວາມສຸກສວັສດີຍິ່ງໆຂຶ້ນໄປ.
ສີທີ່ເປັນມຸງຄຸນຂອງຄົນເກີດວັນເສົາແມ່ນສີດຳເໝີ້ນ ຫລື ສີມ່ວງ ສ່ວນສີທີ່ຮອງ ລົງມາຄື ສີເທົາສີເມກໝອກ,ສີດອກຮັກ,ສີນໍ້າເງິນ ສີຂາວນວນສີມ່ວງສີເຫລືອງ  ສີທີ່ຄວນເວັ້ນ ແມ່ນ ສີຂຽວ

(
ບົດສູດຫຍໍ້ ວ່າ)   ໂສ ມາ ນະ ກະ ລິ ຖາ ໂຖ ໂສ (ວ່າ 10 ເທື່ອ)


*******************

 

ພຣະປະຈຳວັນອາທິດ ປາງຖວາຍເນຕຣ



ແມ່ນພຣະພຸທຮູບຢູ່ໃນອະຣິຍະບົດຢືນ ສັງວອນແລະເພັ່ງພຣະເນຕໄປຍັງຕົ້ນພຣະສີມະຫາໂພ ແຄມ ແມ່ນໍ້າເນຣັນຊະຣາ ເມືອງມະຄົທ ຫລື ພຸທທະຄະຍາໃນປັຈຈຸບັນ ເພື່ອລຳລຶກເຖິງ ຄຸນປໂຍດ ທີ່ແພ່ ກິ່ງກ້ານ ໃຫ້ຄວາມຮົ່ມເຢັນເປັນການອຳນວຍໃຫ້ ພຣະອົງຄ໌ໄດ້ຕັສຮູ້ເປັນພຣະສັມມາສັມພຸທທະເຈົ້າ

ຍິງຊາຍໃດ ເກີດວັນອາທິດ ທ່ານກ່າວວ່າ ເປັນຄົນທີ່ມີຈິດໃຈມັກງ່າຍ ທ່ານຜູ້ ໃຫຍ່ ເມດຕາເປັນຄົນຊື່ສັດ ເປັນຄົນໃຈແຂງ ຄຽດງ່າຍຫາຍໄວ ເປັນຄົນມັກເກງໃຈຄູ່ຄອງຂອງ
  ຕົນສເມີ ອາຊີບຄ້າຂາຍບໍ່ສູ້ຈະດີ ປານໃດ ທຳຄຸນກັບຄົນອື່ນບໍ່ຂື້ນ ໃຫ້ໝັ່ນທຳບຸນສ້າງ  ກຸສົນຕລອດ ສຸດທ້າຍຈະດີ

ພຣະຄາຖານີ້  ໃຫ້ພາວະນາເປັນປະຈໍາທຸກວັນ ເພື່ອຄວາມເປັນ ສິຣິມຸງຄຸນ ແກ່ຊີວິດ ຂອງທ່ານ ດັ່ງນີ້:
ອຸເທຕະຍັນຈັກຂຸມາ ເອກະຣາຊາ ຫະຣິສສະວັນໂນ ປະຖະວິປປະພາໂສ ຕັງ ຕັງ ນະມັສສາມິ ຫະຣິສສະວັນນັງ ປະຖະວິບປະພາສັງ ຕະຍັຊຊະຄຸຕຕາ ວິຫະເຣມຸ ທິວະສັງ ເຍ ພຣາມມະນາ ເວທະຄຸ ສັພພະທັມເມເຕ ເມ ນະໂມ ເຕ ຈະ ມັງ ປາລະຍັນຕຸ ນະມັຕຖຸ ພຸທທານັງ ນະມັດຖຸ ໂພທິຍານະໂມ       ວິມຸຕຕານັງ ນະໂມ ວິມຸຕຕິຍາ ອິມັງ ໂສ ປະຣິຕຕັງ ກັຕຕະວາ ໂມໂຣ ຈະຣະຕິເອສະນາ.
ສູດມື້ລະ ຫົກເທື່ອຈົບ ຈະມີຄວາມຮຸ່ງເຮືອງແລະຄວາມສຸກສວັສດີຕລອດກາລ. ສີທີ່ເປັນມຸງຄຸນແມ່ນສີແດງ ສ່ວນສີທີ່ຮອງລົງມາແມ່ນ ສີມ່ວງ,ສີຂຽວ,ສີເທົາ,ສີໝອກ,ສີດອກຮັກ.  ສີທີ່ຄວນເວັ້ນ ແມ່ນສີຟ້າ

(
ບົດສູດຫຍໍ້ ວ່າ)   ອະ ວິດ ສຸ ນຸດ ສາ ນຸດ ຕິ ອ  (ວ່າ ເທື່ອ)


*******************

 

ພຣະປະຈຳວັນຈັນ ປາງຫ້າມຍາດ ຫລື ປາງຫ້າມສະມຸທ



ເປັນເຣື່ອງການແຍ່ງນໍ້າຈາກແມ່ນໍ້າໂຣຫິນີ ເຂົ້ານາ ຂອງຝ່າຍກະສັຕໂກລິຍະວົງສ໌(ຝ່າຍມານດາ) ແລະ ກະສັຕສາກກະຍະວົງສ໌(ຝ່າຍບິດາ) ເພາະປີນັ້ນ ຝົນນ້ອຍ ຈົນເກີດການວິວາທແລະເກືອບຈະເກີດ ສົງຄາມກັນ. ພຣະພຸທທະອົງຄ໌ໄດ້ເທສນາໃຫ້ທັງສອງຝ່າຍຟັງ ເຫດການຈຶ່ງສງົບລົງດ້ວຍດີ.    
(
ອີກແບບນຶ່ງ) ຄັ້ງນຶ່ງ ໄດ້ເກີດໂຣຄລະບາດຄັ້ງໃຫຍ່ຂຶ້ນທີ່ເມືອງໄພສາລີ ມີປະຊາຊົນລົ້ມຕາຍ ເປັນ ຈຳນວນມາກ ເຈົ້າຄອງເມືອງ ຄື ກະສັຕລິຈຊະວີ ຈຶ່ງໄດ້ຂາບທູນ ອາຣາທນາພຣະພຸທະອົງຄ໌ ໃຫ້ສະເດັດ ມາໂຜດຊາວເມືອງ ພຣະພຸທະອົງຄ໌ຈຶ່ງຮັບສັ່ງ ພຣະອານົນ ສູຕ ຣັຕນະສູຕ ແລະ ຊິດນໍ້າພຣະພຸທມົນ ຮອບເມືອງ ຈົນຕໍ່ມາພາຍຫລັງ ໂຣຄຮ້າຍກໍຫາຍໄປຈາກເມືອງນັ້ນດ້ວຍອຳນາດແຫ່ງພຸທທານຸພາບ 

ຍິງຊາຍໃດເກີດວັນຈັນ ທ່ານກ່າວວ່າ ເປັນຄົນທີ່ມີຮູບຮ່າງມີສເນ່ ຄົນທັງຫຼາຍໃຫ້ຄວາມເມດຕາ ເກື້ອໜູນ ມັກເຮັດບຸນ ມີຄວາມອົດທົນ ວາສນາດີ ມີນິດສັຍໂກດງ່າຍຫາຍໄວ ມີຄວາມປະນີປະນອມ ນຸ່ມນວນ ຢູ່ກັບທີ່ມັກຈະບໍ່ໄດ້ນານ ເປັນຄົນຊ່າງຄິດຊ່າງຝັນ ຫວັ່ນໄຫວງ່າຍແຕ່ກໍເຂັ້ມແຂງ ໃຫ້ໝັ່ນທຳບຸນສຸນທານ ໂຣຄພັຍຕ່າງໆຈະຫາຍແລະເບົາບາງລົງ  

ພຣະຄາຖານີ້ ໃຫ້ສູດບູຊາເປັນປະຈໍາທຸກວັນ ຈະມີຄວາມສຸຂສວັສດີ ຕລອດກາລນານ ດັ່ງນີ້:  
ຍັນທູນນິມິຕຕັງ ອະວະມັງຄະລັນຈະ ໂຍ ຈາມະນາໂປ ສະກຸນັສສະ ສັທໂທ ປາປັກຄະໂຫ ທຸສສຸປິນັງ ອະກັນຕັງ ພຸດທານຸພາເວນະ ວິນາສະເມນຕຸ
ຍັນທູນນິມິຕຕັງ ອະວະມັງຄະລັນຈະ ໂຍ ຈາມະນາໂປ ສະກຸນັສສະ ສັທໂທ ປາປັກຄະໂຫ ທຸສສຸປິນັງ ອະກັນຕັງ ທັມມານຸພາເວນະ ວິນາສະເມນຕຸ
ຍັນທູນນິມິຕຕັງ ອະວະມັງຄະລັນຈະ ໂຍ ຈາມະນາໂປ ສະກຸນັສສະ ສັທໂທ ປາປັກຄະໂຫ ທຸສສຸປິນັງ ອະກັນຕັງ ສັງຄານຸພາເວນະ ວິນາສະເມນຕຸ
ສູດມື້ລະ 15 ເທື່ອຈົບ ຈະມີຄວາມສຸກ ປາສຈາກ ໂຣຄພະຍາດທັ້ງປວງ.
ສີທີ່ເປັນມຸງຄຸນແມ່ນສີຂາວ,ສີເຫລືອງອ່ອນ  ສ່ວນສີທີ່ຮອງລົງມາແມ່ນ ສີຂຽວສີດຳສີຟ້າເທົາສີນໍ້າເງິນ  ສີທີ່ຄວນເວັ້ນ ແມ່ນສີແດງ 

(ບົດສູດຫຍໍ້ ວ່າ)   ອິ ຣະ ຊາ ຄະ ຕະ ຣະ ສາ  (ວ່າ 15 ເທື່ອ)


*******************


ພຣະປະຈຳວັນອັງຄານ ປາງໄສຍາດ ຫລື ປາງປະຣິນິພພານ


ປາງໄສຍາສຫລືປາງປະຣິນິພພານ ເປັນຕອນທີ່ຮັບສັ່ງໃຫ້ພຣະຈຸນທະເຖຣະ ປູອາສະນາລົງ ຣະຫວ່າງຕົ້ນຮັງສອງຕົ້ນ ແລ້ວປະທັບບັນທົມແບບສີຫະໄສຍາສ ຕັ້ງພະທັຍວ່າຈະບໍ່ລຸກຂຶ້ນອີກ ແຕ່ກໍຍັງໄດ້ໂຜດ ສຸພັທທະປະຣິພາຊົກ ເປັນພຣະອໍຣະຫັນອົງສຸດທ້າຍກ່ອນສະເດັດດັບຂັນ ເຂົ້າສູ່ ປະຣິນິພພານໃນເດືອນຫົກ ເພັງ 15 ຄໍ່າ   ຊຶ່ງກໍຕົງກັບວັນວິສາຂະບູຊານັ້ນເອງ
(
ອີກແບບນຶ່ງ) ສມັຍນຶ່ງທີ່ພຣະພຸທອົງຄ໌ ປະທັບຢູ່ ວັດເຊຕະວັນ ໃນນະຄອນສາວັຕຖີມີ ອະສຸຣິນ ທຣາຫູ ຈອມອະສູນ ຊຶ່ງຄຶດວ່າຕົວເອງມີຮ່າງກາຍທີ່ໃຫຍ່ໂຕກວ່າ ຈຶ່ງບໍ່ຍອມສະແດງ ຄວາມ ອ່ອນນ້ອມ. ເພື່ອປະສົງຈະ ລົດທິດຖິຂອງອະສູນຕົນນັ້ນ ພຣະພຸທອົງຄ໌ຈຶ່ງໄດ້ເນຣະມິດ ກາຍໃຫ້ໃຫຍ່ ໂຕກວ່າ  ແລະພາຍຫລັງ ຈຶ່ງລົດທິດຖິແລະຍອມອ່ອນນ້ອມແດ່ພຣະພຸທອົງຄ໌

ຍິງຊາຍໃດ ເກີດວັນອັງຄານ ທ່ານກ່າວວ່າເປັນນັກຕໍ່ສູ້ມີຈິດໃຈກ້າຫານ ມີປັນຍາໄວ ໝັ້ນໃຈ ໃນຕົວເອງສູງ ສລຽວສລາດ ບໍ່ຍອມຄົນ ເພິ່ງໂຕເອງເປັນຫລັກ ເປັນຄົນຕຣົງ ບໍ່ມີເລ່ຫລ່ຽມ ເປັນຄົນ ເອົາວຽກເອົາງານ ເຈົ້ານາຍເມດຕາ ລຳບາກຕອນຍັງນ້ອຍ ແຕ່ຈະດີສະບາຍເມື່ອ ແກ່ຕົວ.
                                                                                                                        
ພຣະຄາຖານີ້ ໃຫ້ສູດບູຊາເປັນປະຈໍາທຸກວັນຈະທຳໃຫ້ເກີດສິຣິມຸງຄຸນແກ່ທ່ານ ດັ່ງນີ້:
 ຍັສສານຸພາວະໂຕ ຍັກຂາ ເນວະ ທັສເສນຕິ ພິງສະນັງ ຍັມຫິ ເຈວານຸຍຸນຊັນໂຕ                     ຣັຕຕິນທິວະມະຕັນທິໂຕ ສຸຂັງ ສຸປະຕິ ສຸຕໂຕ ຈະ ປາປັງ ກິນຈິ ນະ ປັສສະຕິ                         ເອວະມາທິຄຸນູເປຕັງ ປະຣິດຕັນຕັມພະນາມະ ເສ.  
ສູດມື້ລະ ແປດເທື່ອຈົບ ສີທີ່ເປັນມຸງຄຸນຂອງຄົນເກີດວັນອັງຄານມື້ເວັນແມ່ນສີແດງເໝີ້ນ  ຫລື ສີຊົມພູ ສ່ວນສີ ທີ່ຮອງລົງມາຄື ສີດຳ ສີຟ້າແກ່ສີຟ້າເທົາ,ສີແດງສີທີ່ຄວນເວັ້ນ ແມ່ນສີຂາວນວນ.
 
(
ບົດສູດຫຍໍ້ ວ່າ)   ຕິ ຫັງ ຈະ ໂຕ ໂລ ຖິ ນັງ ຕິ (ວ່າ ເທື່ອ)


*******************


ພຣະປະຈຳວັນພຸດ ກາງເວັນ ປາງອູ້ມບາດ



ຫລັງຈາກທີ່ພຣະສັມມາສັມພຸທທະເຈົ້າໄດ້ຊົງສະແດງທັມເຣື່ອງເວສສັນດອນຊາດົກ ໂຜດພຣະພຸທບິດາ ແລະ ໝູ່ພຣະຍາຕິທັ້ງຫລາຍ ຕ່າງມີຄວາມປິຕິຍິນດີ ເປັນທີ່ສຸດ ຈົນລືມການອາຣາທະນາ ໃຫ້ພຣະ ພຸທທະເຈົ້າມາຮັບອາຫານເຊົ້າທີ່ວັງ. ພໍເຊົ້າວັນຕໍ່ມາພຣະສັມມາສັມພຸທເຈົ້າບໍ່ໄດ້ໄປທີ່ວັງເພາະບໍ່ໄດ້ຖືກ ອາຣາທະນາໃຫ້ໄປ ຈຶ່ງໄດ້ສະເດັດອອກຮັບບິນທະບາຕຈາກປະຊາຊົນທົ່ວໄປຂອງເມືອງກະບິລພັດ

ຍິງຊາຍໃດເກີດວັນພຸດ (ກາງເວັນ) ທ່ານກ່າວວ່າ ເປັນຄົນທີ່ມີມະນຸດສັມພັນດີ ເປັນຄົນກ້າໄດ້ກ້າເສັຽ ເປັນຄົນທີ່ຫາເງິນທອງໃຫ້ໂຕເອງເກັ່ງ ຈະບໍ່ຄ່ອຍມີຍາຕພີ່ນ້ອງ ມັກຈະໄດ້ດີຫລາຍຄັ້ງ ແລະ ຕົກທຸກ ຫລາຍຫົນ ສລັບກັນໄປ ໃຫ້ໝັ່ນທຳບຸນ ແລະ ແຜ່ເມດຕາສເມີ ຈະດີແລ

ພຣະຄາຖານີ້  ໃຫ້ສູດບູຊາເປັນປະຈໍາທຸກວັນຈະເສີມຄວາມເປັນສິຣິມຸງຄຸນແກ່ຊີວິດ ຂອງທ່ານ ດັ່ງນີ້: ສັພພາສີວິສະຊາຕີນັງ ທິພພະມັນຕາຄະທັງ ວິຍະ ຍັນນາເສຕິ ວິສັງໂຄຣັງ ເສສັນຈາປິ ປະຣິສສະຍັງ      ອານັກເຂດຕັມຫິ ສັພພັຕຖະ ສັພພະທາ ສັພພະປານິນັງ ສັບພະໂສປິ ນິວາເຣຕິ                               ປະຣິຕຕັນຕັມພະນາມະເຫ.

ສູດມື້ລະ ສິບເຈັດເທື່ອຈົບ ຈະມີຄວາມສຸກສວັສດີຍິ່ງໆຂຶ້ນໄປ. ສີທີ່ເປັນມຸງຄຸນຂອງຄົນເກີດວັນພຸດມື້ເວັນແມ່ນສີຂຽວ ຫລືສີຂຽວໃບໄມ້   ສ່ວນສີທີ່ຮອງໆລົງມາຄື ສີເຫລືອງ,ສີເທົາ,ສີເມກໝອກ,ສີດອກຮັກ,ສີຂາວນວນ. ສີທີ່ຄວນເວັ້ນ ແມ່ນສີມ່ວງ 

  (
ບົດສູດຫຍໍ້ ວ່າ)   ປິ ສັມ ລະ ໂລ ປຸ ສັດ ພຸດ ປິ (ວ່າ 17 ເທື່ອ)


*******************


ພຣະປະຈຳວັນພຸດ ກາງຄືນ ປາງປ່າເລໄລ


ຄັ້ງນຶ່ງ ພຣະພິກຂຸໃນວັດໂຄສິຕາຣາມ ເມືອງໂກສັມພີ ຜິດກັນເຣື່ອງລະບຽບວິນັຍ
ພຣະພຸທທະເຈົ້າ ຕຣັສສອນໃຫ້ສາມັຄຄີກັນ ສອນຢ່າງໃດກໍບໍ່ມີໃຜຍອມໃຜ ຕ່າງຍຶດຖືຄວາມຄຶດ ຂອງຕົນເປັນໃຫຍ່ ເລີຍເມື່ອຍພຣະທັຍຈຶ່ງສະເດັດໜີໄປຈຳພັນສາຢູ່ໃນປ່າຣັກຂິຕະວັນ ແຖບໝູ່ ບ້ານປາລິເລຍະກະ ນະທີ່ແຫ່ງນັ້ນໄດ້ມີຊ້າງຊື່ ປາລິເລຍະແລະລີງຕົວນຶ່ງຄອຍອຸປຖາກຢູ່

ຍິງຊາຍໃດເກີດວັນພຸດ(ກາງຄືນ) ຫລືວັນຣາຫູ   ທ່ານກ່າວວ່າ ເປັນຄົນເວົ້າຈາດີພໍປະມານ ດວງແຂງ ມີໂຊກລາບດີ ເປັນຄົນເຈົ້າຊູ້ ຂີ້ຫຶງຫວງ ມັກສະບາຍ ມັກທ່ອງທ່ຽວໄປເລື້ອຍໆ  ເປັນຄົນມັກມີຊະຕາ ອາພັບ ແມ້ມີບຸນວາສນາດີກໍມັກພົບອຸປສັກຫລືເຄາະເລື້ອຍໆ ໃຫ້ໝັ່ນເຮັດບຸນເປັນປະຈຳ ຈະສົ່ງ ຜົນໃຫ້ເປັນກັມດີໃນທາງບວກໄດ້.

ພຣະຄາຖານີ້ ໃຫ້ສູດບູຊາເປັນປະຈໍາທຸກວັນຈະທຳໃຫ້ເກີດສິຣິມຸງຄຸນແກ່ທ່ານ ດັ່ງນີ້:
ກິນນຸ ສັນຕະຣະມາໂນວະ ຣາຫຸ ຈັນທັງ ປະມຸນຈະສິ ສັງວິຄຄະຣູໂປ ອາຄັມມະ ກິນນຸ ພີໂຕ ວະຕິດຖະສີຕິ ສັດຕະທາ ເມ ຜະເລ ມຸທທາ ຊີວັນໂຕ ນະ ສຸຂັງ ລະເພ ພຸທທະຄາຖາພິຄິໂຕມຫິ ໂນເຈ ມຸນເຈຍຍະ ຈັນທິມັນຕິ

ສູດມື້ລະ 12 ເທື່ອຈົບ ຈະມີຄວາມຈະເຣີນ ສຸກສວັສດີຍິ່ງໆຂຶ້ນໄປ.
ສີທີ່ເປັນມຸງຄຸນຂອງຄົນເກີດວັນພຸດກາງຄືນ ແມ່ນສີເມກໝອກ,ສີເທົາ,ສີດຳເໝີ້ນ  ສ່ວນສີທີ່ຮອງ ລົງມາຄື ສີແດງສີຂາວນວນສີຟ້າເທົາສີນໍ້າເງິນແກ່  ສີທີ່ຄວນເວັ້ນ ແມ່ນ  ຫລືອງສີດຳ

(
ບົດສູດຫຍໍ້ ວ່າ)    ຄະ ພຸທ ປັນ ທຸ ທັມ ວະ ຄະ (ວ່າ 12 ເທື່ອ)


*******************


ພຣະປະຈຳວັນພະຫັດ ປາງສະມາທິ ຫລື ປາງຕັສຮູ້  



ປາງຕັສຮູ້ ຄືປາງທີ່ເຈົ້າຊາຍສິດທັດຖະ ຫລື ພຣະໂພທິສັຕຊົງປະທັບຂັດສະມາທິເທິງ ບັນລັງຫຍ້າຄາ ກ້ອງຕົ້ນມະຫາໂພ ໃກ້ຝັ່ງແມ່ນໍ້າເນຣັນຊະຣາ ແລະໄດ້ຕັສຮູ້ເປັນ ພຣະສັມມາສັມພຸທທະເຈົ້າ ໃນ ມື້ເພັງ 
15 ຄໍ່າ ເດືອນຫົກ ກ່ອນພຸທສັກກະຣາຊ 45 ປີ ຊຶ່ງກໍຕົງກັບວັນວິສາຂະບູຊານັ້ນເອງ

ຍິງຊາຍໃດເກີດວັນພະຫັດ ທ່ານກ່າວວ່າ ເປັນຄົນທີ່ມີສເນ່ໜ້າຮັກ ເປັນຜູ້ໃຈບຸນ ສູນທານປັນຍາດີ ມັກຄວາມສງົບ ມັກສຶກສາຫາຄວາມຮູ້ ເປັນຄົນເປີດເຜີຍ ເປັນຄົນເຈົ້າລະບຽບ ຍຶດຖືຄວາມຖືກຕ້ອງ ເດັດດ່ຽວ ເປັນຄົນຂີ້ໃຈນ້ອຍ ຖ້າໄດ້ຄຽດຈະເປັນຄົນໃຈແຂງ ມັກມີບັນຫາກັບຄູ່ຄອງ

ພຣະຄາຖານີ້ ໃຫ້ສູດບູຊາເປັນປະຈໍາທຸກວັນ ຈະມີຄວາມສຸຂສວັສດີ ຕລອດກາລນານ ດັ່ງນີ້:  
ປູ ເຣນຕັມໂພທິສັມພາເຣ ນິບພັຕຕັງ ໂມຣະໂຍນິຍັງ ເຍນະ ສັງວິຫິຕາຣັກຂັງ ມະຫາສັຕຕັງ ວະເນຈະຣາ ຈິຣັສສັງ ວາຍະມັນຕາປິເນ ວະ ສັກຂິງສຸ ຄັນຫິຕຸງ ພຣົມມະມັນຕັນຕິ ອັກຂາຕັງ ປະຣິຕຕັນຕັມພະນາມະ ເຫ.

ສູດມື້ລະ 19 ເທື່ອຈົບ ຈະມີຄວາມສຸກສວັສດີຍິ່ງໆຂຶ້ນໄປ.
ສີທີ່ເປັນມຸງຄຸນຂອງຄົນເກີດວັນພະຫັດແມ່ນສີເຫລືອງ ຫລືສີໄພ  ສ່ວນສີທີ່ຮອງ ລົງມາຄື ສີນໍ້າເງິນສີແດງ,ສີຂຽວ   ສີທີ່ຄວນເວັ້ນ ແມ່ນ  ສີດຳ,ສີຟ້າເທົາແລະ ສີຟ້າແກ່

(
ບົດສູດຫຍໍ້ ວ່າ)   ພະ ສັມ ສັມ ວິ ສະ ເທ ກະ (ວ່າ 19 ເທື່ອ)


*******************


ພຣະປະຈຳວັນສຸກ ປາງຣຳພຶງ


ພາຍຫລັງຈາກທີ່ຕັສຮູ້ໄດ້ບໍ່ນານ ພຣະສັມມາສັມພຸທທະເຈົ້າຊຶ່ງປະທັບຢູ່ກ້ອງຕົ້ນໄຊ ກໍໄດ້ລຳພຶງ ເຖິງທັມ ທີ່ລະອຽດເລິກ ຊຶ່ງຍາກແກ່ການເຂົ້າໃຈ ແລະຮູ້ສຶກໜັກພຣະທັຍໃນການທີ່ຈະນຳທັມນີ້ມາ ໂຜດສັຕວ໌ ແຕ່ພຣະອົງຄ໌ໄດ້ພິຈາຣະນາເຫັນວ່າ ສັພພະສັຕມີພູມຕ່າງກັນ ຈຶ່ງຊົງພຣະດຳຣິທີ່ຈະ ສະແດງທັມຕາມຊັ້ນແຫ່ງປັນຍາຂອງສັພພະສັຕນັ້ນໆ

ຍິງຊາຍໃດເກີດວັນສຸກ ທ່ານກ່າວວ່າ ເປັນຄົນທີ່ມີນິດສັຍລ່າເລີງ ມັກມ່ວນ ປາກຫວານແຕ່ມັກ ຈົ່ມວ່າຈູ້ຈີ້ ຜູ້ໃຫຍ່ໃຫ້ຄວາມເຊື່ອຖືເພາະຄຳເວົ້າ ຊ່ອຍຄົນແຕ່ບໍ່ຫວັງຫຍັງຕອບແທນ ເປັນຄົນມັກ ເບື່ອງ່າຍ ມັກເອົາແຕ່ໃຈໂຕເອງເປັນໃຫຍ່ ມັກຈະມີບໍລິວານຄອຍບຽດບຽນ

  ພຣະຄາຖານີ້ ໃຫ້ສູດບູຊາເປັນປະຈໍາທຸກວັນ ຈະມີຄວາມສຸຂສວັສດີ ຕລອດກາລນານ ດັ່ງນີ້:  
ອັປປະສັນເນຕິ ນາຖັສສະ ສາສະເນ ສາທຸສັມມະເຕ ອະມະນຸສເສຫິ ຈັນເທຫິ ສະທາ ກິພພະສະກາຣິພິ ປະຣິສານັນຈະ ຕັສສັນນະ ມະຫິງສາຍະ ຈະຄຸດຕິຍາ ຍັນເທເສສິ ມະຫາວີໂຣ ປະຣິຕຕັນຕັມພະນາມະ ເຫ.

ສູດມື້ລະ 21 ເທື່ອຈົບ ຈະມີຄວາມສຸກສວັສດີຍິ່ງໆຂຶ້ນໄປ.
ສີທີ່ເປັນມຸງຄຸນຂອງຄົນເກີດວັນສຸກແມ່ນສີຟ້າຫລືສີຟ້າແກ່ ສ່ວນສີທີ່ຮອງ ລົງມາຄື ສີຂາວນວນສີມ່ວງສີເຫລືອງ   ສີທີ່ຄວນເວັ້ນ ແມ່ນ  ສີເທົາສີເມກໝອກສີດອກຮັກ

(
ບົດສູດຫຍໍ້ ວ່າ)   ວາ ໂທ ໂນ ອະ ມະ ມະ ວາ  (ວ່າ 21 ເທື່ອ)
Share:

Copyright © successmore being | kai kh & a m |kham 4.0