successmore being

Trulli

วันอังคารที่ 27 กุมภาพันธ์ พ.ศ. 2567

 

ຄວາມຮັກຄືຫຍັງ?

ຄວາມຮັກຂອງທ່ານເປັນແບບໃດ?

ຄວາມຮັກ ຄືສິ່ງທີ່ທຸກຄົນຕ້ອງມີ

ຄວາມຮັກ ເຮັດໃຫ້ເຮົາມີຄວາມສຸກ ແລະຮອຍຍິ້ມ

ຄວາມຮັກ ເຮັດໃຫ້ເຮົາມີຄວາມຫວັງ

ທຸກຄົນໃນສັງຄົມ ສາມາດຢູ່ນໍາກັນໄດ້ດ້ວຍຄວາມຮັກ

ແຕ່ຢ່າໃຊ້ເວລາກັບຄວາມຮັກ(ຊູ້ສາວ) ຫລາຍເກີນໄປ ຈົນເຮັດໃຫ້ເສຍເວລາອັນມີຄຸນຄ່າໄປກັບມັນທັງໝົດ

ຍິ່ງຄົນທີ່ມີແຟນຢູ່ໄກ ຍິ່ງຕ້ອງລະວັງເປັນພິເສດ

ຄວາມຫ່າງໄກ ເຮັດໃຫ້ເຮົາຄິດຮອດ

ຄວາມຫ່າງໄກ ເຮັດໃຫ້ເຮົາເປັນຫ່ວງ

ຄວາມຫ່າງໄກ ເຮັດໃຫ້ເຮົາຫຶງຫວງຂຶ້ນກ່ວາເດີມ

ຍິ່ງໄກເທົ່າໃດ ຍິ່ງຢາກລົມ ຢາກເຫັນໜ້າ ເຊິ່ງການໂທລະສັບລົມກັນດົນໆ ຈະເຮັດໃຫ້ເຮົາເສຍເວລາທີ່ມີຄ່າໄປ

ເສຍເວລາໃນການຄົ້ນຄົ້ວຮໍ່າຮຽນ

ເສຍເວລາໃນການເຮັດວຽກ

ເສຍເວລາໃນການບໍລິຫານຄວາມຄິດ

ການເປັນແຟນກັນ ຕ້ອງມີຄວາມຫ່ວງໃຍ ຫຶງຫວງ ແລະຄິດຮອດເປັນທຳມະດາ

ຖ້າຮັກກັນຈິງ ແລະມີຄວາມຈິງໃຈຕໍ່ກັນ

ເຖິງຈະຢູ່ຫ່າງໄກ ກໍຈະບໍ່ມິວັນນອກໃຈໄປມີອື່ນ

ຖ້າຄົນບໍ່ຈິງໃຈ ເຖິງຈະຢູ່ໃກ້ ລົມກັນຕະຫລອດກໍຕາມ ກໍຕ້ອງຫາວິທີນອກໃຈໄປມີອື່ນຢູ່ເໝືອນເດີມ (ບໍ່ວ່າຈະເປັນວິທີໃດກໍຕາມ)

ດັ່ງນັ້ນ ແທນທີຈະໃຊ້ເວລາທັງຫມົດກັບຄວາມຮັກ ໃຫ້ປ່ຽນເປັນການຫາຄວາມຮູ້ ພັດທະນາຕົນເອງ ແລະເຮັດໜ້າທີ່ຂອງຕົນໃນປັດຈຸບັນໃຫ້ດີທີ່ສຸດກໍພໍ

(ລົມກັນບ້າງ ສົ່ງກຳລັງໃຈໃຫ້ກັນບ້າງ ເປັນບາງເວລາ)

 

Share:

Copyright © successmore being | kai kh & a m |kham 4.0