successmore being

Trulli

วันศุกร์ที่ 1 มีนาคม พ.ศ. 2567

Flutter ແມ່ນຫຍັງ?

 

Flutter ແມ່ນຫຍັງ?

 

Flutter ແມ່ນ Framework ທີ່ໃຊ້ສ້າງ UI ສໍາຫຼັບ mobile application ທີ່ສາມາດທໍາງານຂ້າມເຟດຟອມໄດ້ທັງ  iOS ແລະ Android ໃນເວລາດຽວກັນ ໂດຍພາສາທີ່ໃຊ້ໃນ Flutter ນັ້ນຈະເປັນພາສາ dart ຊື່ງຜູ້ພັດທະນາໂດຍ Google ແລະທີ່ສໍາຄັນຄືເປັນ open source ທີ່ສາມາດໃຊ້ງານແບບຟຣີໆ ອີກດ້ວຍ

 



 ຕົວຢ່າງ  syntax ຂອງພາສາ  dart ທີ່ໃຊ້ໃນ  Flutter ຊື່ງຈະມີຄວາມຄ້າຍກັບ  Java ເນື່ອງຈາກ dart ເປັນພາສາທີ່ຮອງຮັບ  OOP ແລະ ມີແນວຄິດ  class ແລະ  inheritance ແບບດຽວກັນກັບພາສາ  Java ນັ້ນເອງ



    ຊື່ງຫາກສັງເກດຈາກຕົວດ້ານເທີງ ຈະເຫັນວ່າ Flutter ນັ້ນຈະມີ Widget  ພື້ນຖານມາໃຫ້ ເພື່ອເຮັດໃຫ້ການອອກແບບ UI ມີຄວາມງາາຍ ແລະ ສະດວກຍິ່ງຂື້ນ ໂດຍ Widget ພື້ນຖານຂອງ Flutter ຫຼັກໆ ຈະມີຢູ່ 2 ຊະນິດຄື StatelessWidget ແລະ  StatefulWidget ໂດຍທີ່ StatelessWidget ຈະໃຊ້ສ້າງ Widget ທີ່ບໍ່ມີການຈັດການສະຖານະການທໍາງານໃດໆເຊັ່ນ ການສະແດງຂໍ້ຄວາມ, Icon ຫຼືຮູບພາບທີ່ບໍ່ມີ animation ເຂົ້າມາກ່ຽວຂ້ອງ ເປັນຕົ້ນສ່ວນ StatefulWidget ຈະໃຊ້ສ້າງ Widget  ທີ່ມີການຈັດການສະຖານະການທໍາງານຕ່າງໆເຊັ່ນການສ້າງ Icon ທີ່ມີການໃສ່ animation  ໃຫ້ສາມາດຍ້າຍໄປມາໄດ້ ປຸ່ມກົດຕ່າງໆ ເທິງໜ້າ UI ເປັນຕົ້ນ



ຈຸດເດັ່ນຂອງ Flutter ແມ່ນຫຍັງ?

ຈຸດເດັ່ນຫຼັກໆຂອງ Flutter ຄື ລະບົບ Hot Reload  ໂດຍເມື່ອມີການທົດສອບການສ້າງ, ການ add features ຫຼືການກະທໍາຕ່າງໆ ກັບ UI  ຈະຕ້ອງມີການ reload ເພື່ອໃຫ້ຫນ້າ UI update ຊື່ງລະບົບ Hot Reload ຈະເຂົ້າມາຊ່ວຍໃນສ່ວນຂອງການ reload  ໂດຍຈຸດເດັ່ນຂອງລະບົບນີ້ຄືການຢືນລະຍະເວລາທີ່ໃຊ້ໃນການ reload  ໃຫ້ເຫຼືອພຽງວິນາທີເທົ່ານັ້ນ ທໍາໃຫ້ການພັດທະນາ UI ຂອງ application  ມີຄວາມໄວຂື້ນຢ່າງຫຼາຍ ແລະ ຍັງມີຈຸດເດັ່ນອື່ນໆ ທີ່ຊ່ວຍໃຫ້ການພັດທະນາເປັນໄປໄດ້ງ່າຍຂື້ນບໍ່ວ່າຈະເປັນ Build-In ທີ່ຊ່ວຍໃນການອອກແບບ UI  ໃຫ້ມີຄວາມສວຍງາມຍິ່ງຂື້ນຢ່າງ Material Design ແລະ Cupertino (iOS-flavor), ມີ Framework ທີ່ຊ່ວຍໃນການທໍາ animation ຕ່າງໆ ຫຼື gesture ຂອງ UI ເປັນເລື່ອງງ່າຍຍິ່ງຂື້ນ ແລະ ຍັງສາມາດໃຊ້ງານຮ່ວມກັບ IDE ທີ່ກໍາລັງເປັນທີ່ນິຍົມຢູ່ໃນປັດຈຸບັນຢ່າງ VS Code ແລະ Android Studio ໄດ້ອີກດ້ວຍ

 

ຂໍ້ເສຍຂອງ Flutter

ຈາກທີ່ກ່າວມາວ່າຈຸດເດັ່ນຕາງໆຂອງ Flutter ມີຫຍັງແນ່ ແຕ່ຄາວນີ້ເຮົາຈະມາເວົ້າເຖິງຈຸດອ່ອນນຳ ໂດຍຂໍ້ເສຍຫຼັກ ທີ່ມັກພົບຄື ການໃຊ້ພາສາ dart  ໃນການຂຽນ ຊື່ງຄົນສ່ວນໃຫຍ່ອາດຈະຍັງບໍ່ຄຸ້ນເຄີຍກັບ syntax ຂອງພາສານີ້ພໍປານໃດ ປະກັບກັບ community  ຍັງນ້ອຍຢູ່ເນື່ອງຈາກ Flutter  ຍັງເປີດຕົວມາໄດ້ບໍ່ດົນມານີ້ເມື່ອທຽບກັບ Framework ຕົວອື່ນໆ ເຊັ້ນ React Native ທີ່ມີ community ຄ່ອນຂ້າງໃຫຍ່ ຈຶ່ງເຮັດໃຫ້ document ຍັງບໍ່ຫຼາຍເທົ່າໃດທີ່ຄວນ ເຮັດໃຫ້ເວລາມີປັນຫາກ່ຽວກັບການໃຊ້ງານອາດຈະຕ້ອງມານັ່ງງົມຫາວິທີແກ້ໄຂດົນສົມຄວນ



*****************

ຊື້ປື້ມອອນໄລນ໌ໄດ້ທີ່ນີ້

 

Share:

Copyright © successmore being | kai kh & a m |kham 4.0